ປະກາດນີ້ມີອາຍຸຫຼາຍກວ່າ 40 ມື້ ເຊິ່ງອາດຈະເກີນກຳນົດທີ່ບໍລິສັດຜູ່ປະກາດຕ້ອງການຮຽບຮ້ອຍແລ້ວ.

full time ປະກາດຮັບສະໝັກ ພ/ງ ການຕະຫຼາດ

ເພື່ອທີ່ຈະໄປເຮັດວຽກກັບ Lao-Indochina Group ຢູ່ທີ່ ນະຄອນຫຼວງວຽງຈັນ

ພວກເຮົາມີຄວາມຕ້ອງການຮັບສະໝັກພະນັກງານ 1 ຕໍາແໜ່ງ ຄື: ຜູ້ຊ່ວຍການຕະຫຼາດ ເຊິ່ງມີລາຍລະອຽດດັ່ງລຸມນີ້:
 ໜ້າວຽກຫຼັກ:
1. ສະໜອງຂໍ້ມູນກ່ຽວກັບຜະລິດຕະພັນແປ້ງມັນຕົ້ນໃຫ້ແກ່ລູກຄ້າໄດ້.
2. ຊ່ວຍວຽກດ້ານການພົວພັນກົບການຕະຫຼາດພາຍໃນ.
3. ຊ່ວຍວຽກດ້ານການວາງສະແດງເພື່ອໂຄສະນາສິນຄ້າ.
4. ຊ່ວຍວຽກດ້ານການເກັບກໍາເອກະສານກ່ຽວກັບການຕະຫຼາດ ແລະເອກະສານການຄ້າ .
5. ຊ່ວຍວຽກອື່ນໆຕາມການມອບໝາຍ

 ເງື່ອນໄຂຜູ້ສະໝັກ

1. ເພດຍິງ ອາຍຸ ບໍ່ເກີນ 25 ປີ
2. ມະນຸດສໍາພັນດີ, ຍິ້ມແຍ້ມແຈ່ມໃສ, ມັກວຽກການບໍລິການ ແລະ ການຕະຫຼາດ,
3. ດຸໝັ່ນຫ້າວຫັນໃນການເຮັດວຽກ ແລະມີຄວາມສາມາດຮຽນຮູ້ວຽກໄດ້ໄວ
4. ມີປະສົບການໃນການເຮັດວຽກ 0-1 ປີ ຫຼືຫຼາຍກ່າວນັ້ນ
5. ຈົບຊັ້ນກາງຂຶ້ນໄປ ຫຼື ປະລິນຍາຕີ, ສາຂາບໍລິຫານ, ສາຂາພາສາອັງກິດ ຫຼື ດ້ານສາຂາໂລຈິສຕິກ
6. ມີຄວາມສາມາດໃນການນໍາໃຊ້ຄັອມພິວເຕີ ແລະ ບັນດາໂປຣແກຼມ Microsoft Office ໄດ້ດີ.

ເລີ່ມຮັບສະໝັກແຕ່ວັນທີ 10/1/2011 ຈົນເຖິງວັນທີ 15/1/2011 ,

ຕິດຕໍ່ສອບຖາມໄດ້ທີ່: ສໍານັກງານ ບໍລິສັດ ລາວ - ອິນໂດໄຊນາ ກຣຸບ ຈໍາກັດ ຕັ້ງຢູ່ທີ່ ຖະໜົນ T2, ບ້ານສີ
ບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ຊ້າຍສວຍກັບ ໂຮງແຮມຕີ້ຫາວ )
ໂທ : 021 262135 ຫຼື 020 2235772 ,ແຟັກ :021 265059

ຜູ້ທີ່ສົນໃຈ: ປະກອບເອກະສານໃບປະກາດ ຫຼື ເອກະສານທີ່ກ່ຽວຂ້ອງ ສົ່ງໄປທີ່ສໍານັກງານໃຫຍ່, ແຟັກ ຫຼື E-mail: sudsada@lao-indochina.com

« ກັບໄປໜ້າຫຼັກ
ໜ້ານີ້ມີເນື້ອຫາບໍ່ເໝາະສົມ? Report this post ແຈ້ງທີມງານໃຫ້ຮູ້!   
Tell a friend ແນະນຳໃຫ້ໝູ່
Posted on ລົງປະກາດເມື່ອວັນທີ່ 13-01-2011
View count ຖືກເປີດອ່ານແລ້ວ: 94 ເທື່ອ